ໃນຕອນເຊົ້າວັນທີ 28 ມີນາ 2020 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະນໍາ ລັດວິສາຫະກິດລາວໂທລະຄົມມະນາຄົມ ມະຫາຊົນ ນໍາໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ລັດວິສາຫະກິດລາວໂທລະຄົມ ມອບເງິນຈໍານວນ 2 ຕື້ກີບ ໃຫ້ແກ່ລັດຖະບານ ກໍຄືຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ເພື່ອປະກອບສ່ວນ ຊ່ວຍລັດຖະບານນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ແກ້ ໄຂການລະບາດຂອງພະຍາດດັ່ງກ່າວໃຫ້ມີປະສິດທິຜົນສູງ.
ຕ່າງໜ້າລັດຖະບານກ່າວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
ຂ່າວ: ສຸພາສະຫວັນ, ພາບ:ຂັນໄຊ